010 AC-01 ການແນະນຳ

TTCPROJECT MANAGED BY TTC LUANGNAMTHA

010 AC-01 ການແນະນຳ

ການແນະນຳ

  1. ຈັບສື່ການສອນວາງເທິງໂຕະ ຫຼື ເທິງສາດ ຈາກນັ້ນເອົາຈໍານວນໜຶ່ງກ້ອນພັນໄວ້ເບື້ອງຊ້າຍ, ວາງໜຶ່ງແຜ່ນຮ້ອຍ ທັດໜຶ່ງກ້ອນພັນໄປເບື້ອງຂວາ, ໜຶ່ງທ່ອນສິບ ແລະ ໜຶ່ງກ້ອນ (ຄືກັນກັບການຂຽນຕົວເລກແມ່ນຂຽນແຕ່ຊ້າຍຫາຂວາ).



  2.  ຈັບເອົາໜຶ່ງກ້ອນ. ພ້ອມທັງເວົ້າວ່ານີ້ແມ່ນໜຶ່ງກ້ອນ (ພວກເຮົາເອີ້ນວ່າຫົວໜ່ວຍ)

     

  3.   ຈັບເອົາໜຶ່ງທ່ອນສິບ ພ້ອມທັງເວົ້າວ່ານີ້ແມ່ນໜຶ່ງທ່ອນສິບ (ພວກເຮົາເອີ້ນວ່າຫົວສິບ)

     

  4.  ພວກເຮົາເວົ້າວ່າໃນໜຶ່ງທ່ອນສິບມີຈັກກ້ອນ ປຽບທຽບຕົວຈິງ 1 ກ້ອນ, 2 ກ້ອນ,...... (ໜຶ່ງທ່ອນສິບມີສິບກ້ອນ)




  5.   ຈັບເອົາໜຶ່ງແຜນຮ້ອຍ ພ້ອມທັງເວົ້າວ່ານີ້ແມ່ນໜຶ່ງແຜນຮ້ອຍ (ພວກເຮົາເອີ້ນວ່າຫົວຮ້ອຍ)




  6.  ພວກເຮົາເວົ້າວ່າໃນໜຶ່ງແຜນຮ້ອຍມີຈັກທ່ອນສິບ ປຽບທຽບຕົວຈິງ 1 ສິບ, 2 ສິບ,...... (ໜຶ່ງແຜນຮ້ອຍມີສິບທ່ອນສິບ)




  7.  ຈັບເອົາໜຶ່ງກ້ອນພັນ ພ້ອມທັງເວົ້າວ່ານີ້ແມ່ນໜຶ່ງກ້ອນພັນ (ພວກເຮົາເອີ້ນວ່າຫົວພັນ)




  8. ພວກເຮົາເວົ້າວ່າໃນໜຶ່ງກ້ອນພັນມີຈັກແຜນຮ້ອຍ ປຽບທຽບຕົວຈິງ 1 ແຜນຮ້ອຍ, 2 ແຜນຮ້ອຍ,...... (ໜຶ່ງກ້ອນພັນມີສິບແຜນຮ້ອຍ)




  9. ຈາກນັ້ນ ແລ້ວເວົ້າຄືນອີກເທື່ອໜຶ່ງ



  10. ສອນຕາມສາມຂັ້ນຕອນຂອງການສອນ

Teachers Infomation 

Bounpanh Inthavongsa (Unlicensed) Explain how it is related to MOES Curriculum

This is the webspace for all supporters of the TTC Project.
THANKS TO SEAN YONG FOR THE SUPPORT