TTCPROJECT MANAGED BY TTC LUANGNAMTHA
007-AC-02 ເຄື່ອງໝາຍຫຼາຍກວ່າ,ໜ້ອຍກວ່າດ້ວຍປາກແຂ້ Student activity
ແນະນຳວິທີການໃຊ້
ໃຫ້ນັກຮຽນຈັບບັດໃດໜຶ່ງອອກມາ ພ້ອມທັງເອົາບັດປາກແຂ້ອອກມາທັງໝົດ
ຫຼັງຈາກນັ້ນໃຫ້ສັງເກດເບີ່ງວ່າບັດທີ່ເຮົາເອົາອອກມານັ້ນເໝາະສົມກັບ ເຄື່ອງໝາຍໃດ
ຖ້າບໍ່ແນ່ໃຈ ກໍ່ສາມາດເອົາ ໝາກຕົວນັບອອກມາຢາຍໃສ່ຕາມຈຳນວນຕົວເລກໃນບັດທີ່ເຮົາຈົກໄດ້ເພື່ອສົມທຽບ
ຕົວຢ່າງ:
ຫຼັງຈາກນັ້ນໃຫ້ນັກຮຽນບັນທຶກຜົນໄດ້ຮັບໃສ່ປື້ມຂຽນ
ແລ້ວປະຕິບັດບັດຕໍ່ໆໄປ ຈົນໝົດ
ຖ້າວ່າເຮົາເຮັດຖືກຕ້ອງເຄື່ອງໝາຍ ຫຼາຍກວ່າ, ນ້ອຍກວ່າ, ເທົ່າກັບ(ປາກແຂ້) ຈະໝົດພໍດີ
ສຸດທ້າຍເມື່ອເຮັດກິດຈະກຳສຳເລັດແລ້ວໃຫ້ເກັບມ້ຽນອຸປະກອນເຂົ້າກັບຄືເກົ່າ.
ຫຼັງຈາກເຮັດໝົດທຸກກິດຈະກຳແລ້ວໃຫ້ເອົາປື້ນຂຽນທີ່ຕົນເອງຂຽນຜົນອອກໃສ່ນັ້ນໃຫ້ຄູກວດຄືນ.
ຕົວຢ່າງໃນການສ້າງທີ່ວິທະຍາໄລ
ແນະນຳການສ້າງກິດຈະກຳ
ດາວໂຫຼດ ຝາຍ pdf
→
ໜ້າທີ3 ປຣິນອອກສອງຊຸດ
ຖ້າຢາກໄດ້ກິດຈະກຳເພີ່ມເຕີມປະກອບເຂົ້າໃນການຮຽນ-ການສອນ ໃຫ້ຊອກຫາໃນອິນເຕີເນັດຕາມຫົວຂໍ້ລຸ່ມນີ້.
ສິ່ງທີ່ຕ້ອງການຊອກ | ກ່ຽວກັບ |
|---|---|
Bigger than smaller than crocodile | worksheet |
Number alligator | video |
Numbergator |
|