/
TA-004 ທັງກຣາມ Tangram

TTCPROJECT MANAGED BY TTC LUANGNAMTHA

TA-004 ທັງກຣາມ Tangram

 

ຊື່ທັງກຣາມ

ວິຊາ

ຄະນິດສາດ

ແຫຼ່ງຂໍ້ມູນ

ເປັນເກມສ້າງຂຶ້ນໃນປະເທດຈີນ ແລະ ໃຊ້ໃນທົ່ວໂລກ ໃຊ້ໃນຊັ້ນປະຖົມກ່ຽວກັບຮູບແບບເລຂາຄະນິດ

ລະດັບ

ອະນຸບານ 3 - ປ1 ເຖິງ ປ 5

ຫຼັກສູດຂອງກະຊວ
ສຶກສາທິການ ແລະ ກິລາ


  • ນຳໃຊ້ທັງກຼາມປິດສະໜາປະກອບເປັນຮູບ
  • ປຽບທຽບຮູບຊົງທີ່ແຕກຕ່າງກັນ ແລະ ເອີ້ນຊື່ຮູບ
  • ຈັດຮູບທີ້ແຕກຕ່າງກັນຄືນໃຫມ່ຕາມແບບຮູບ
  • ຮູ້ໄດ້ຂະໜາດຂອງຮູບທີ່ເໝາະສົມກັນ

ອາຍຸ

4 ປີຂື້ນໄປ

ອຸປະກອນ

ແທັງກຣາມ ແມ່ນປະເພດດຽວກັນກັບເກມປິດສະໜາ
ຖືກຕັດຮູບຈະຕູລັດ ອອກເປັນຮູບທີ່ແຕກຕ່າງກັນ ແລະ ທັງກຣາມປະກອບມີເຈັດສີ້ນສ່ວນດັ່ງນີ້:

  • ຮູບສາມແຈຂະໜາດນ້ອຍ 2 ອັນ
  • ຮູບສາມແຈຂະໜາດກາງ 1 ອັນ
  • ຮູບສາມແຈຂະໜາດໃຫຍ່ 2 ອັນ
  • ຮູບຈະຕຸລັດ 1 ອັນ
  • ຮູບສີ່ແຈຂ້າງຂະໜານ 1 ອັນ

ບັດກິດຈະກຳ
ໝາຍເຫດ: ທຸກຮູບບັດກິດຈະກຳຂອງທັງກຣາມມີຊື່ເປັນພາສາລາວ (ເປັນຊື່ສະເພາະຂອງມັນ) ເພື່ອໃຫ້ນັກຮຽນໄດ້ອ່ານ, ຮູ້, ເຂົ້າໃຈຮູບເຫຼົ່ານັ້ນ ແລະ ເພີ່ມຄວາມສາມາດໃນການອ່ານ.

Activities

ຈຸດປະສົງຂອງທັງກຣາມແມ່ນ ໃຫ້ປະກອບແຕ່ລະພາກສ່ວນເຂົ້າກັນເພື່ອສ້າງເປັນສິ່ງໃຫມ່. ຮູບທັງກະລາມຂອງເຮົາມີຄວາມຍາກ-ງ່າຍແຕກຕ່າງກັນ. ເຊັ່ນ: 

1= ງ່າຍ  2 = ປານກາງ  3= ຍາກ

ຕົວຢ່າງ:

ວິທີການປະຕີບັດກິດຈະກຳມີດັ່ງນີ້:

  • ໃຊ້ທັງເຈັດສີ້ນສວນຂອງທັງກຣາມເຂົ້າໃນການສ້າງ(ການຫຼີ້ນ)
  • ບໍ່ມີສີ້ນຊວນໃດຂອງທັງກຣາມຈະຍອງເຕັ່ງກັນ ແຕ່ລະສວນຈະມີຊົ້ນຈຸກັນໝົດ(ເວລາປະກອບ ຫຼື ຕໍ່)
  • ເຈົ້າສາມາດປີ້ນຮູບແບບສີ້ນສວນຂອງທັງກຣາມຕາມແບບທີ່ເປັນໄປໄດ້ໃນການສ້າງສິ່ງໃດໜຶ່ງ(ຕົວຢ່າງ ຮູບສາມແຈ ສາມາດປີ້ນເອົາສົ້ນທີ່ກວ້າງຂອງມັນລົງລຸ່ມກໍໄດ້) 

ການແນະນຳ

ການນຳສະເໜີ

  1. ເອົາທັງກຣາມມາໜຶ່ງຊຸດ ແລະ ແນະນຳໃຫ້ນັກຮຽນຮູ້ຊື່ຂອງແຕ່ລະສີ້ນສວນຂອງທັງກຣາມ
  2.  ຄູເປັນຜູ້ຖາມນັກຮຽນ ແລະ ໃຫ້ນັກຮຽນຕອບ ຫຼັງຈາກນັ້ນຄູແນະນຳນັກຮຽນຄືນ ແລະ ໃຫ້ນັກຮຽນເວົ້າຕາມ  ນີ້ແມ່ນຮູບສາມແຈຂະໜາດໃຫຍ່, ນີ້ແມ່ນຮູບສາມແຈຂະໜາດກາງ, ຮູບສາມແຈຂະໜາດນ້ອຍ, ຮູບຈະຕຸລັດ ແລະ ສີ່ແຈຂ້າງຂະໜານ
  3. ຄູອະທິບາຍໃຫ້ນັກຮຽນຮູ້ວ່າ ເຮົາສາມາດເອົາສີ້ນສວນຕ່າງໆຂອງທັງກຣາມມາປະກອບເຂົ້າກັນແລະສາມາດສ້າງເປັນຮູບພາບໃຫມ່ໄດ້.
  4. ຄູອະທິບາຍໃຫ້ນັກຮຽນເຂົ້າໃຈວ່າເຮົາສາມາດສ້າງເປັນສີ້ນສວນໃຫມ່ຈາກສີ້ນສວນທີ່ເຮົາມີ(ຄູແຕ້ມໃສ່ກະດານເພື່ອເປັນແບບຢ່າງໃຫ້ນັກຮຽນ)
    ຕົວຢ່າງ ຮູບສາມແຈຂະໜາດນ້ອຍສາມາດຈັດເປັນຮູບສີ່ແຈຂ້າງຂະໝານ

  

ສ້າງດ້ວຍຕົນເອງ

ວີດີໂອຂອງວີທີທີ່ສ້າງດ້ວຍຕົນເອງ
ທັງກຣາມດ້ວຍການພັບ

ປິນແບບແລ້ວທາສີ, ຕິດໃສ່ເຈ້ຍແຂງແລ້ວຕັດ

 
download the pdf 


Related content

This is the webspace for all supporters of the TTC Project.
THANKS TO SEAN YONG FOR THE SUPPORT