ລະບົບເລກພື້ນສິບ Base Ten (LAO)

TTCPROJECT MANAGED BY TTC LUANGNAMTHA

ລະບົບເລກພື້ນສິບ Base Ten (LAO)



ອຸປະກອນ

  • ໜຶ່ງກ້ອນ

  • ໜຶ່ງທ່ອນສິບ

  • ໜຶ່ງແຜນຮ້ອຍ

  • ໜຶ່ງກ້ອນພັນ

ການແນະນຳ

ຈັບສື່ການສອນວາງເທິງໂຕະ ຫຼື ເທິງສາດ ຈາກນັ້ນເອົາຈໍານວນໜຶ່ງກ້ອນພັນໄວ້ເບື້ອງຊ້າຍ, ວາງໜຶ່ງແຜນຮ້ອຍ ທັດໜຶ່ງພັນໄປເບື້ອງຂວາ, ໜຶ່ງທ່ອນສິບ ແລະ ໜຶ່ງກ້ອນ

 ຈັບເອົາໜຶ່ງກ້ອນ ພ້ອມທັງເວົ້າວ່າ "ນີ້ແມ່ນໜຶ່ງກ້ອນ"

ຈັບເອົາໜຶ່ງທ່ອນສິບ ພ້ອມທັງເວົ້າວ່າ "ນີ້ແມ່ນໜຶ່ງທ່ອນສິບ"

 "ພວກເຮົາເບິ່ງໃນໜຶ່ງທ່ອນສິບມີຈັກກ້ອນ ປຽບທຽບຕົວຈິງ 1 ກ້ອນ, 2 ກ້ອນ,...... " (ໜຶ່ງທ່ອນສິບມີສິບກ້ອນ)

 ຈັບເອົາໜຶ່ງແຜນຮ້ອຍ ພ້ອມທັງເວົ້າວ່າ "ນີ້ແມ່ນໜຶ່ງແຜນຮ້ອຍ"

 "ພວກເຮົາເບິ່ງໃນໜຶ່ງແຜນຮ້ອຍມີຈັກທ່ອນສິບ ປຽບທຽບຕົວຈິງ 1 ທ່ອນສິບ, 2 ທ່ອນສິບ,...... "(ໜຶ່ງແຜນຮ້ອຍມີສິບທ່ອນສິບ)

ຈັບເອົາໜຶ່ງກ້ອນພັນ ພ້ອມທັງເວົ້າວ່າ "ນີ້ແມ່ນໜຶ່ງກ້ອນພັນ"

"ພວກເຮົາເບິ່ງໃນໜຶ່ງກ້ອນພັນມີຈັກແຜນຮ້ອຍ ປຽບທຽບຕົວຈິງ 1 ແຜນຮ້ອຍ, 2 ແຜນຮ້ອຍ,......" (ໜຶ່ງກ້ອນພັນມີສິບແຜນຮ້ອຍ)

 ຈາກນັ້ນ ແລ້ວເວົ້າຄືນອີກເທື່ອໜຶ່ງ

ຈຸດທີ່ໜ້າສົນໃຈ

ສື່ລະບົບເລກພື້ນສິບ ເປັນສື່ການສອນທາງດ້ານຄະນິດສາດ ທີ່ນັກຮຽນໃຊ້ເຂົ້າໃນການຮຽນພື້ນຖານຄະນິດສາດ ການບວກ, ການລົບ, ການຄູນ ແລະ ການຫານ ລວມທັງໃຊ້ໃນຮູບແບບການແທນຄ່າຈຳນວນ ແລະ ການນັບ. ນັກຮຽນສາມາດນຳໃຊ້ໄດ້ຫຼາກຫຼາຍວິທີ ໂດຍທົ່ວໄປແລ້ວລະບົບເລກພື້ນສິບທີ່ເປັນກ້ອນຈະເຮັດດ້ວຍວັດຖຸແຂງເຊັ່ນ ປຼາສະຕິກ, ໄມ້ ເຮັດເປັນ 4 ຂະໜາດເພື່ອໃຫ້ແທນຄ່າຈຳນວນໄດ້.  ກ້ອນ,  ທ່ອນສິບ,  ແຜ່ນຮ້ອຍ ແລະ  ກ້ອນພັນ.

ສາມາດເຮັດໄດ້ຫຼາຍວິທີ

COMING SOON

ສ້າງດ້ວຍຕົນເອງ - ຕົວຢ່າງໃນການສ້າງທີ່ວິທະຍາໄລ

ພວກເຮົາອອກແບບ ລະບົບເລກພື້ນສິບດ້ວຍໝາກປັດນ້ອຍ ຈາກຕະຫຼາດ.

Different Variations around the world

Base ten wood

Maria Montessori Beads

Colored base ten from Plastik

Handcrafted by a vocatioal school in Laos

 

VIDEOS coming soon

 

 

This is the webspace for all supporters of the TTC Project.
THANKS TO SEAN YONG FOR THE SUPPORT