TTCPROJECT MANAGED BY TTC LUANGNAMTHA
TA-010 Base Ten ເບດສເທນ
ຊື່ | ເບດສເທນ |
|---|---|
ວິຊາ | ຄະນິດສາດ |
ຫຼັກສູດຂອງກະຊວງ |
|
ແຫຼ່ງຂໍ້ມູນ |
|
ລະດັບ | ອານຸບານ-ປ. 3 |
ອຸປະກອນ | ໜຶ່ງກ້ອນ |
ນິຍາມ:
ສື່ລະບົບເລກພື້ນສິບ ເປັນສື່ການສອນທາງດ້ານຄະນິດສາດ ທີ່ນັກຮຽນໃຊ້ເຂົ້າໃນການຮຽນພື້ນຖານຄະນິດສາດ ການບວກ, ການລົບ, ການຄູນ ແລະ ການຫານ ລວມທັງໃຊ້ໃນຮູບແບບການແທນຄ່າຈຳນວນ ແລະ ການນັບ.
ນັກຮຽນສາມາດນຳໃຊ້ໄດ້ຫຼາກຫຼາຍວິທີ ໂດຍທົ່ວໄປແລ້ວລະບົບເລກພື້ນສິບທີ່ເປັນກ້ອນຈະເຮັດດ້ວຍວັດຖຸແຂງເຊັ່ນ ປຼາສະຕິກ, ໄມ້ ເຮັດເປັນ 4 ຂະໜາດເພື່ອໃຫ້ແທນຄ່າຈຳນວນໄດ້. 1 ກ້ອນ, 1 ທ່ອນສິບ, 1 ແຜ່ນຮ້ອຍ ແລະ 1 ກ້ອນພັນ.
ສາມາດກວດແກ້
ນັກຮຽນສາມາດຮຽນຮູ້ດ້ວຍຕົນເອງໂດຍກົງ
ສາມາດໃຊ້ໄດ້ຫຼາຍກິດຈະກໍາ
ການບວກ, ການລົບ, ການຄູນ ແລະ ການຫານ ຖ້າໃຊ້ເບດສເທນ ແລະ ບັດຄ່າປະຈຳຫຼັກ ເຂົ້າໃນການສອນ
ຈະເຮັດໃຫ້ນັກຮຽນເຂົ້າໃຈງ່າຍຂື້ນ.
ສ້າງດ້ວຍຕົນເອງ
ພວກເຮົາທົດລອງເອົາໄມ້ມາຜະລິດແຕ່ກໍບໍ່ໄດ້ມາດຕະຖານ ເພາະວ່າໄມ້ທີ່ໃຊ້ຜະລິດນັ້ນບໍ່ໄດ້ຜ່ານການອົບແຫ້ງ
ເຮົາໄດ້ໃຊ້ໄມ້ໄຜ່ມາຜະລິດແຕ່ກໍບໍ່ໄດ້ມາດຕະຖານ ເພາະວ່າຂະໜາດຂອງໄມ້ໄຜ່ບໍເທົ່າກັນ
ສ້າງດ້ວຍໄມ້ຖູເຫັນວ່າສາມາດໃຊ້ໄດ້
ສ້າງດ້ວຍໝາກປັດ
ຊອກຫາຫຼາຍກິດຈະກໍາເພີ່ມ